- ເນື້ອເພງ :
(Verse)
ແນມເບິ່ງທ້ອງຟ້າ ທີ່ກວ້າງໄກ
ຫມູ່ມວນດອກໄມ້ ທີ່ສວຍງາມ
ໃນວັນທີ່ສົດໃສ ອາກາດເຢັນໆແລະເປັນໃຈ
ໃຫ້ເຮົາໄດ້ອອກໄປ ສຳຜັດ
ນົກທີ່ບິນໄປ ຕາມລົມທີ່ອ່ອນໄຫວ
ສາຍນ້ຳລິນໄຫລ ໃຫ້ປານ້ອຍໄດ້ຊື່ນໃຈ
ໂລກມັນຊ່າງສົດໃສ ເມື່ອມີເຈົ້າຢູ່ຄຽງຂ້າງກາຍ
ເລື່ອງຮ້າຍໆ ກໍກາຍເປັນເລື່ອງ ທຳມະດາ
(Prehook)
ວັນທີ່ຝົນຕົກເໜັບໜາວ ເຈົ້າຍັງຢູ່ບ່ອນນີ້
ບໍ່ມີສິ່ງໃດ ໃຫ້ຕ້ອງຫວັ່ນໄຫວ
ຂອບໃຈທີ່ຍັງກອດຂ້ອຍໄວ້ ບໍ່ໄປໃສ
(Hook)
ເລື່ອງດີໆວັນນີ້ ຄືມີເຈົ້າຢູ່ຄຽງຂ້າງກາຍ
ບໍ່ຕ້ອງສົນ ບໍ່ຕ້ອງຫ່ວງ ວ່າໂລກນີ້ຈະໃຈຮ້າຍ ຫຼື ໃຈດີ
ຂໍແຕ່ພຽງມີເຈົ້າ ຜູ້ເປັນທຸກຢ່າງທີ່ມີ
ກໍພ້ອມທີ່ຈະຝ່າຟັນ ທຸກອຸປະສັກ ຈາກນີ້
ຈັບມືກັນໄວ້ ອອກເດີນທາງໄປ ດ້ວຍກັນ
ຈົນເຖິງຄວາມຝັນຂອງເຮົາ
(Bridge)
ໃນຄືນທີ່ມັນເຫນັບຫນາວຍັງຂ້ອຍມີເຈົ້າເປັນແສງໄຟ
ຢູ່ໃນໃຈດວງນີ້ ຄອຍສ່ອງນຳທາງ ສະເຫມີໄປ
ດາວທີ່ຢູ່ເຕັມຟ້າ ແຕ່ວ່າດວງຕາເຈົ້າງົດງາມກວ່າ
ເກີນຈະພັນລະນາ ເພາະເຈົ້າມີຄ່າກວ່າສິ່ງໃດ
(Prehook)
ວັນທີ່ຝົນຕົກເໜັບໜາວ ເຈົ້າຍັງຢູ່ບ່ອນນີ້
ບໍ່ມີສິ່ງໃດ ໃຫ້ຕ້ອງຫວັ່ນໄຫວ
ຂອບໃຈທີ່ຍັງກອດຂ້ອຍໄວ້ ບໍ່ໄປໃສ
(Hook)
ເລື່ອງດີໆວັນນີ້ ຄືມີເຈົ້າຢູ່ຄຽງຂ້າງກາຍ
ບໍ່ຕ້ອງສົນ ບໍ່ຕ້ອງຫ່ວງ ວ່າໂລກນີ້ຈະໃຈຮ້າຍ ຫຼື ໃຈດີ
ຂໍແຕ່ພຽງມີເຈົ້າ ຜູ້ເປັນທຸກຢ່າງທີ່ມີ
ກໍພ້ອມທີ່ຈະຝ່າຟັນ ທຸກອຸປະສັກ ຈາກນີ້
ຈັບມືກັນໄວ້ ອອກເດີນທາງໄປ ດ້ວຍກັນ
ຈົນເຖິງຄວາມຝັນຂອງເຮົາ